ສຳມະນາ “Digital Agenda and AI to Redesign Tourism” ສົ່ງເສີມການນຳ Digital ແລະ AI ມາພັດທະນາການທ່ອງທ່ຽວລາວ


ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ໄດ້ຈັດສຳມະນາພາຍໃຕ້ຫົວຂໍ້ “Digital Agenda and AI to Redesign Tourism” ເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ແນວຄິດກ່ຽວກັບການນຳໃຊ້ເຕັກໂນໂລຊີ Digital ແລະ ປັນຍາປະດິດ (AI) ເພື່ອຍົກລະດັບການຕະຫຼາດ ແລະ ການພັດທະນາການທ່ອງທ່ຽວ.


ການສຳມະນາຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ພາກທຸລະກິດການທ່ອງທ່ຽວ, ອາຈານ-ນັກສຶກສາ ແລະ ວິທະຍາກອນ ເຂົ້າຮ່ວມ ເພື່ອຮ່ວມກັນຄົ້ນຫາແນວທາງໃໝ່ໆ ໃນການນຳ Digital ແລະ AI ມາປະຍຸກໃຊ້ກັບວຽກງານທ່ອງທ່ຽວ.


ປັດຈຸບັນ, Digital Technology, Social Media, Data ແລະ AI ກຳລັງປ່ຽນແປງພຶດຕິກຳຂອງນັກທ່ອງທ່ຽວ ຕັ້ງແຕ່ການຄົ້ນຫາຂໍ້ມູນ, ການເລືອກຈຸດໝາຍປາຍທາງ, ການວາງແຜນເດີນທາງ, ການຈອງບໍລິການ ຈົນເຖິງການສ້າງປະສົບການລະຫວ່າງການເດີນທາງ.


ດັ່ງນັ້ນ, ການນຳ Digital ແລະ AI ມາໃຊ້ໃນຂະແໜງການທ່ອງທ່ຽວ ຈຶ່ງບໍ່ຄວນຈຳກັດຢູ່ພຽງການໂຄສະ ນາ ຫຼື ການສ້າງສື່ເທົ່ານັ້ນ ແຕ່ຄວນຄອບຄຸມເຖິງການວາງແຜນ, ການວິເຄາະຕະຫຼາດ, ການສ້າງເນື້ອໃນ, ການໃຫ້ຂໍ້ມູນ, ການບໍລິການ ແລະ ການນຳຂໍ້ມູນມາຊ່ວຍໃນການຕັດສິນໃຈ.


ພາຍໃນງານຍັງມີ Panel Discussion ເປີດເວທີໃຫ້ພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ຄົນຮຸ່ນໃໝ່ ໄດ້ຮ່ວມແລກປ່ຽນມຸມມອງ, ບົດ ຮຽນ ແລະ ແນວທາງການນຳ Digital ແລະ AI ມາສ້າງຄຸນຄ່າໃໝ່ໃຫ້ແກ່ການທ່ອງທ່ຽວລາວ.


ການສຳມະນາ ແລະ Panel Discussion ຄັ້ງນີ້ໄດ້ຊ່ວຍສ້າງຄວາມຮູ້, ທັກສະ, ແນວຄິດໃໝ່ ແລະ ເຄືອຂ່າຍການຮ່ວມມື ເພື່ອຮ່ວມກັນຜັກດັນຂະແໜງການທ່ອງທ່ຽວລາວ ໃຫ້ກ້າວສູ່ຍຸກດິຈິຕອນຢ່າງມີປະສິດ ທິຜົນ.